ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ

ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ

ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ
ບັນດາສະຫາຍການນໍາຂັ້ນສູງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ

ແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 21 ມີນານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກ ປປລ) ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025).

ການເຂົ້າວາງພວງມາລາຂອງບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດເຮົາ ໃນຄັ້ງນີ້ ກໍເພື່ອເປັນການສະແດງຄວາມເຄົາລົບຮັກ,ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ,ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານແລະບໍ່ຍອມຈໍານົນຂອງບັນພະບູລຸດລາວກໍຄືບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ,ເລືອດເນື້ອ,ເຫື່ອແຮງ,ສຸມສະຕິປັນຍາເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການນຳພາ-ຊີ້ນໍາຂອງພັກສາມາດຍາດໄດ້ໄຊຊະນະເທື່ອລະກ້າວ ຈົນໄດ້ຮັບໄຊຊະນະຢ່າງສົມບູນ, ສາມາດຢຶດອຳນາດດ້ວຍ 3 ບາດຄ້ອນຍຸດທະສາດ ແລະ ປະກາດເອກະລາດ, ສະຖາປະນາ ສປປລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ພາຍຫຼັງສຳເລັດການເຂົ້າວາງພວງມາລາ, ສະຫາຍທອງລຸນ ສີສຸລິດ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດເຮົາ ກໍໄດ້ໄປເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ການເຂົ້າວາງກະຕ່າດອກໄມ້ຄັ້ງນີ້, ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານໄກສອນພົມວິຫານທີ່ເພິ່ນໄດ້ສຸມເຫື່ອແຮງ,ສະຕິປັນຍາເຂົ້າໃນການນຳພາ-ຊີ້ນໍາພາລະກິດປະຕິວັດຕໍ່ສູ້ຕ້ານການຮຸກຮານ,ສາມາດຍາດໄດ້ໄຊຊະນະແລະປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫຼັງສະຖາປະນາສປປລາວ,ປະທານ ໄກສອນ ພົມວິຫານ ຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມແລະຊອກຫາແນວທາງການປ່ຽນແປງໃໝ່ເພື່ອນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ.

ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ແລະ ບັນດາບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ແມ່ນຍິ່ງໃຫຍ່ທີ່ສຸດ;ໃນນີ້, ປະທານ ໄກສອນ ພົມວິຫານ ແມ່ນໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ,ຄົນລາວພິລະອາດຫານຊຶ່ງຜົນງານແລະຄຸນງາມຄວາມດີຂອງເພິ່ນໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

ການເຂົ້າວາງພວງມາລາ ແລະເຂົ້າວາງກະຕ່າດອກໄມ້ໃນຄັ້ງນີ້, ຍັງມີຄວາມໝາຍສຳຄັນຍິ່ງ ເພາະນີ້ເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນຂອງບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດເຮົາ ຕໍ່ບັນພະບູລຸດ ກໍຄືນັກຮົບປະຕິວັດ ແລະ ບັນດາປະຊາຊົນລາວບັນດາເຜົ່າຜູ້ຮັກຊາດອັນດູດດື່ມທີ່ໄດ້ເສຍສະຫຼະເພື່ອເອກະລາດ ຂອງຊາດ, ຂອງປະຊາຊົນໃນທ່າມກາງບັນຍາກາດອັນຄຶກຄື້ນເບີກບານ ພ້ອມກັນຂໍ່ານັບຮັບຕ້ອນເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສຳຄັນຂອງພັກ, ຂອງຊາດ; ໃນນີ້, ກໍມີວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ+ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ວັນທີ 9 ກັນຍານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V ພ້ອມທັງໃຫ້ກຽດໂອ້ລົມບັນດາສະຫາຍຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະເປີດຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ.
ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສ ກູບາ ໃນວັນທີ 7 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.
ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10

ໃນວັນທີ 3-6 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວຈາກພາກລັດ ແລະ ພາກທຸລະກິດ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 (the X Eastern Economic Forum) ພາຍໃຕ້ຄໍາຂວັນ: “ພາກພື້ນຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ” (The Far Eastern: Cooperation for Peace and Prosperity), ທີ່ ເມືອງວະລາດີວັດສະຕົກ ສ ຣັດເຊຍ. ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສົ່ງເສີມການຮ່ວມມື, ການຄ້າ ແລະ ການລົງທຶນ ລະຫວ່າງ ສ ​ຣັດເຊຍ ແລະ ພາກພື້ນ ກໍຄືໃນໂລກ ໂດຍສະເພາະ ເພື່ອການສົ່ງເສີມການຮ່ວມມືດ້ານເສດຖະກິດໃນພາກຕາເວັນອອກໄກຂອງ ສ ຣັດເຊຍ ແລະ ເປີດກວ້າງການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກັບປະເທດໃນພາກພື້ນອາຊີຕາເວັນອອກ ແລະ ອາຊີ-ປາຊີຟິກ.
ນາຍົກລັດຖະມົນຕີລາວ ຢ້ຽມຂໍ່ານັບ ປະທານາທິບໍດີ ຣັດເຊຍ

ນາຍົກລັດຖະມົນຕີລາວ ຢ້ຽມຂໍ່ານັບ ປະທານາທິບໍດີ ຣັດເຊຍ

ໃນໂອກາດເຂົ້າຮ່ວມກອງປະຊຸມເວທີເສດຖະກິດຕາເວັນອອກຄັ້ງທີ 10 ທີ່ ວາລາດີວັດສະຕົກ ສ ຣັດເຊຍ ໃນວັນທີ 4 ກັນຍາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ.
ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາພັກແຂວງຢຸນນານ

ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາພັກແຂວງຢຸນນານ

ໃນໂອກາດເດີນທາງໄປເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ; ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ໄດ້ຢ້ຽມຢາມ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ແຕ່ວັນທີ 4-6 ກັນຍາ 2025, ໂດຍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫວັງ ໜິງ ກໍາມະການສູນກາງພັກກອມມູນິດຈີນ ເລຂາພັກແຂວງຢຸນນານ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ໃນວັນທີ 4 ກັນຍາ ຜ່ານມານີ້.
ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ, ໃນວັນທີ 3 ກັນຍາ ນີ້ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ທີ່ ສະໜາມຫຼວງທຽນອັນເໝິນ ນະຄອນຫຼວງປັກກິ່ງ ສປ ຈີນ.
ສະຫາຍເລຂາທິການໃຫຍ່ ສປປ ລາວ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

ສະຫາຍເລຂາທິການໃຫຍ່ ສປປ ລາວ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

ໃນຕອນທ່ຽງຂອງວັນທີ 2 ກັນຍານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດທີ່ຄະນະຜູ້ແທນ ຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນສະຖາປານາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ
ຫວຽດນາມ ຈັດພິທີສະຫຼອງ 80 ປີ ວັນການປະຕິວັດເດືອນສິງຫາ ແລະ ວັນຊາດ

ຫວຽດນາມ ຈັດພິທີສະຫຼອງ 80 ປີ ວັນການປະຕິວັດເດືອນສິງຫາ ແລະ ວັນຊາດ

ໃນເຊົ້າວັນທີ 2 ກັນຍານີ້ ທີ່ສະໜາມຫຼວງບາດິ່ງ ແຫ່ງທີ່ເປັນປະຫວັດສາດ; ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ແລະ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ (19/8/1945-19/8/2025) ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945-2/9/2025).
ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation Organization Summit) ທີ່ ນະຄອນທ່ຽນຈິ່ນ ສປ ຈີນ ຊຶ່ງໃນພາກພິທີເປີດ, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ໃຫ້ກຽດກ່າວສູນທອນພົດ ພາຍໃຕ້ຄໍາຂວັນ “ການສົ່ງເສີມການຮ່ວມມືຫຼາຍຝ່າຍ, ຮັບປະກັນຄວາມໝັ້ນຄົງໃນພາກພື້ນ ແລະ ສົ່ງເສີມການພັດທະນາແບບຍືນຍົງ (Implementing multilateralism, ensuring regional security and promoting sustainable development)” ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບການນໍາສູງສຸດ ຈາກບັນດາປະເທດສະມາຊິກຂອງອົງການ, ປະເທດຄູ່ຮ່ວມເຈລະຈາ, ປະເທດສັງເກດການ, ແຂກຂອງປະທານ ແລະ ອົງການການຈັດຕັ້ງສາກົນ. ໂດຍໄດ້ເນັ້ນຄືນຄວາມໝາຍຄວາມສໍາຄັນ ຂອງອົງການຮ່ວມມືຊຽງໄຮ້ ທີ່ມີບົດບາດເປັນເວທີສໍາລັບການຮ່ວມມືດ້ານຄວາມໝັ້ນຄົງ, ການພັດທະນາເສດຖະກິດ ແລະ ການແລກປ່ຽນທາງດ້ານວັດທະນະທໍາພາຍໃນພາກພື້ນ. ທ່ານຍັງໄດ້ກ່າວວ່າ: “ໃນທ່າມກາງສະພາບທີ່ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນຄວາມບໍ່ມີສະຖຽນລະພາບ, ຄວາມບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້, ອົງການຮ່ວມມືຊຽງໄຮ້ ຈະຕ້ອງແບກຮັບຄວາມຮັບຜິດຊອບທີ່ຫຼາຍຂຶ້ນກວ່າເກົ່າ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກໆປະເທດໃນໂລກ”. ທ່ານຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ພ້ອມທັງ, ຢຶດໝັ້ນໃນຫຼັກການຂອງການຮ່ວມມືຫຼາຍຝ່າຍ ແລະ ການມີສ່ວນຮ່ວມເພື່ອຜົນປະໂຫຍດຮ່ວມກັນທ່າມກາງສະພາບການທີ່ຄາດຄະເນໄດ້ຍາກນີ້.
ເພີ່ມເຕີມ